ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາຣັບບີ ຊາອູດິດ ຄົ້ນພົບບໍ່​ອາຍແກັສທຳມະຊາດແຫ່ງໃໝ່

     ສຳນັກຂ່າວ ຊິນຮວາ ລາຍງານ ວັນທີ 20 ພະຈິກ, ອາຣັບບີ ຊາອູດິດ ເປີດເຜີຍວ່າ ປະເທດນີ້ ໄດ້ຄົ້ນ ພົບແຫຼ່ງ ອາຍແກັສ
ທຳມະຊາດແຫ່ງໃໝ່ໃນພື້ນທີ່ ເອັມຕີຄວາເຕີ (Empty Quarter) ທາງພາກໃຕ້ຂອງ ປະເທດ.

     ເຈົ້າໜ້າທີ່ຂະແໜງກ່ຽວຂ້ອງລາຍງານວ່າ: ແຫຼ່ງ ອາຍແກັສທຳມະຊາດ ໄດ້ຄົ້ນພົບ 2 ແຫ່ງຄື: ອັລ-ຮີ ຣານ (Al-Hiran)
ແລະ ອັລ-ມາຮາຄິກ (Al-Mahakik) ຄົ້ນພົບ ໂດຍບໍລິສັດນ້ຳມັນເຊື້ອໄຟແຫ່ງຊາດ ອາ ຣັບບີ ຊາອູດິດ ອາຣາມໂກ (Saudi
Aramco) ໃນພື້ນທີ່ ເອັມຕີຄວາເຕີ ເຊິ່ງເປັນພື້ນທີ່ທະເລຊາຍກວ້າງ ໃຫຍ່ທາງພາກໃຕ້ຂອງປະເທດ.

     ນອກຈາກນັ້ນ, ຍັງຄົ້ນພົບ ແກັສທຳມະຊາດ ໃນອ່າງເກັບນ້ຳ 5 ແຫ່ງ ເຊິ່ງຢູ່ເຂດແຫຼ່ງ ແກັສທຳມະ ຊາດ ທີ່ຄົ້ນພົບກ່ອນໜ້າ
ນີ້ອີກດ້ວຍ. ອາຣັບບີ ອາຣາມໂກ ເປັນບໍລິສັດນ້ຳມັນລະດັບຊາດຂອງ ອາຣັບບີ ຊາອູ ດິດ ເຊິ່ງປະເທດໄດ້ຕັ້ງເປົ້າຈະເພີ່ມການຜະລິດ
ແກັສ ຂຶ້ນ 50% ໃນ ປີ 2030 ເມື່ອທຽບໃສ່ ປີ 2021 ຜ່ານ ມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/11/2023